ພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງອັດຕະປື ໄດ້ເປີດບັ້ນດຳເນີນຊີວິດການເມືອງປັບປຸງ ປົວແປງພັກທົ່ວຄະນະພັກຮາກຖານພະແນກ ຄັ້ງວັນທີ 06 ກໍລະກົດ 2017.
ໃນຕອນເຊົ້າວັນທີ 16 ສິງຫາ ປີ 2016 ທີ່ຜ່ານມາທີ່ພະແນກ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານແຂວງ ອັດຕະປື ໄດ້ຈັດພິທີເລື່ອນສະມະຊິກພັກສຳຮອງ ເປັນ ສະມະຊິກພັກສົມບູນ 01 ສະຫາຍ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ລັດຕະນະພອນ ເທບສຸວັນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ ປທສ ແຂວງອັດຕະປື

ໃນມື້ວັນທີ 9-13/11/2017 ຄະນະວິທະຍານິກອນ ພະແນກໄປສະນີໂທລະຄົມມະນາຄົມ ແລະ ການສື່ສານແຂວງ ໄດ້ລົງຝືກອົບຮົມວຽກງານ ໄອທີ ໃຫ້ພະນັກງານສານປະຊາຊົນແຂວງ. ຫົວຂໍ້ໃນການຝືກແມ່ນ, ປະກອບໄປດ້ວຍ: ເຕັກນິກພື້ນຖານໃນການຮັກສາ ແລະ ນຳໃຊ້ຄອມພິວເຕີ, ການປ້ອງກັນໄວຣັດ ແລະ ການແກ້ໄຂໄວຣັດເຊື່ອງຟາຍ, ເຕັກນິກການນຳໃຊ້ MS word, ແລະ MS Excel, ການນຳໃຊ້, internet ແລະ ການສະໝັກ-ນຳໃຊ້ E-mail. ໃນການຝືກອົບຮົມໃນຄັ້ງນີ້, ມີຜູ້ເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 8 ທ່ານ.

ໃນວັນທີ 23 ຕຸລາ 2017 ໜ່ວຍພັກພະແນກ ປທສ ໄດ້ຈັດພິທີມອບບັດສະມາຊິກພັກ ໃຫ້ສະມາຊິກພັກສົມບູນຈຳນວນ 6 ສະຫາຍ ທີ່ສັງກັດພະແນກ ປທສ, ບໍລິສັດ ອີທີແອລ ຈຳກັດ ແລະ ບໍລິສັດ ສະຕາເທເລຄອມ.

ໃນມື້ວັນທ 18/10/2017 ທ່ານ ທັນສະໄໝ ກົມມະລິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະ ນາຄົມ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ລົງມາຕິດຕາມ ແລະ ຊຸກຍູ້ວຽກງານຢູ່ພະແນກ ປທສ ແຂວງອັດຕະປື, ມີບັນດາຫົວໜ້າພະແນກ, ຮອງພະແນກ, ຫົວໜ້າຂະແໜງ ແລະ ຮອງຂະແໜງ, ຂອງພະແນກ ປທສ ແລະ ບັນດາພາກສ່ວນຫົວໜ້າ ແລະ ຮອງ ບໍ່ລິສັດໄປສະນີແຂວງ, ບໍລິສັດ ລາວໂທລະຄົມ, ບໍລິສັດ ອີທີເເອວ, ບໍລິສັດສະຕາເທເລຄອມ, ແລະ ບໍລິສັດສະກາຍໂທລະຄົມ, ເຂົ້າຮ່ວມທັງໜົດ 26 ທ່ານ ຍີງ 4 ທ່ານ.

ວັນທີ 28/9/2017 ອົງການດັດສົມໂທລະຄົມ ໄດ້ເປີດກອງປະຊຸມການຈັດຕັ້ງປະຕິບັດໂຄງການເກັບກຳຂໍ້ມູນຄຸນນະພາບການໃຫ້ບໍລິການໂທລະສັບມືຖື ແລະ ອີນເຕີເນັດ, ໂດຍພາຍໃຕ້ການເປັນປະທ່ານ ຂອງ ທ່ານ ພວງປະເສີດ ແກ້ວສຸວັນ ຮອງຫົວໜ້າອົງການດັດສົມໂທລະຄົມ, ມີບັນດາຫົວໜ້າ, ຮອງ ແລະວິຊາການຈາກພະແນກ ປທສ 4 ແຂວງພາກໃຕ້ເຂົ້າຮ່ວມທັງໝົດ 21 ທ່ານ, ຍີງ 4 ທ່ານ.